ຄໍາຖາມກ່ຽວກັບສະພາບດິນຟ້າອາກາດ
ຊຸດຄວາມຮູ້ເສີມ Climate Box ຍັງປະກອບມີ “ຄໍາຖາມກ່ຽວກັບສະພາບດິນຟ້າອາກາດ ທີ່ເອີ້ນວ່າ Climate Quiz, ປະກອບດ້ວຍກາດ 100 ໃບທີ່ມີຄໍາຖາມແລະ ຄໍາຕອບຫຼາຍທາງເລືອກທີ່ອອກແບບມາເພື່ອທົດສອບ ແລະ ເສີມຂະຫຍາຍຄວາມຮູ້ໃນຫົວຂໍ້ຕ່າງໆກ່ຽວກັບການປ່ຽນແປງດິນຟ້າອາກາດ. ຄໍາຖາມໄດ້ຖືກຈັດລຽງຕາມຫົວຂໍ້, ທີ່ສອດຄ່ອງກັບສາມພາກຕົ້ນຕໍຂອງປື້ມຊຸດຄວາມຮູ້ເສີມຂອງ Climate Box.
ຄໍາຖາມແມ່ນສຸມໃສ່ຄວາມຮູ້ພື້ນຖານຂອງສະພາບດິນຟ້າອາກາດ, ລວມທັງປະເພດ ແລະ ເຂດ, ປະຫວັດສາດຂອງການປ່ຽນແປງດິນຟ້າອາກາດໃນໄລຍະເວລາ, ແລະ ສາເຫດ.
ເບິ່ງ ແລະ ດາວໂຫຼດ ຄໍາຖາມດັ່ງກ່າວກວມເອົາຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ລະບົບນິເວດ, ການກະສິກໍາ, ຊັບພະຍາກອນນ້ໍາ, ແລະ ສຸຂະພາບຂອງມະນຸດ, ຄຽງຄູ່ກັບການປັບໂຕ ແລະ ການເຕີບໂຕແບບຍືນຍົງ.
ບັນດາຄຳຖາມສຸມໃສ່ການນໍາໃຊ້ພະລັງງານທີ່ມີປະສິດທິພາບ, ການຄົມມະນາຄົມສີຂຽວ, ການກໍ່ສ້າງແບບຍືນຍົງ, ແລະ ບັນດາທິດທາງປະຕິບັດໄດ້ ທີ່ສະແດງໃຫ້ເຫັນຄວາມສຳຄັນຂອງການຮ່ວມມືໃນທົ່ວໂລກ.