ໜ້າຫຼັກ

home_banner1
ຊຸດຄວາມຮູ້ເສີມ ສໍາລັບຫົວຂໍ້ການປ່ຽນແປງດິນຟ້າອາກາດ

ເພື່ອການສຶກສາ

ເວັບໄຊທ໌ ຂອງ ຊຸດຄວາມຮູ້ເສີມ Climate Box ເປັນບ່ອນໃນການຮຽນຮູ້ແບບໂຕ້ຕອບສໍາລັບເດັກ, ໄວໜຸ່ມ ແລະ ຄູອາຈານທີ່ຕ້ອງການຮູ້ເພີ່ມເຕີມກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບຕ່າງໆທີ່ເກີດຈາກການປ່ຽນແປງດິນຟ້າອາກາດ.

ຍິນດີຕ້ອນຮັບ!

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ບໍ່​ແມ່ນ​ໄພ​ຂົ່ມ​ຂູ່​ທີ່​ໄກໂຕແລ້ວ, ໄພດັ່ງກ່າວແມ່ນກຳລັງເກີດຂື້ນເຊີ່ງພວກເຮົາບໍ່ສາມາດປະຕິເສດໃນການປະເຊີນໜ້າກັບໄພຂົ່ມຂູ່ດັ່ງກ່າວໄດ້  ແລະ ​ຜົນ​ກະ​ທົບ​ຂອງໄພດັ່ງກ່າວກໍ່​ນັບ​ມື້​ນັບ​ເພີ່ມຂື້ນ ເປັນວົງກວ້າງ​ໃນ​ທົ່ວ​ໂລກ. ເມື່ອຜົນກະທົບເຫຼົ່ານີ້ຮ້າຍແຮງຂຶ້ນ, ຄົນຮຸ່ນໃໝ່ຈະຕ້ອງມີບົດບາດຢ່າງຕັ້ງໜ້າໃນການແກ້ໄຂວິກິດການດັ່ງກ່າວ, ທັງໃນປະຈຸບັນ ແລະ ໃນຖານະເປັນຜູ້ມີສ່ວນຕັດສິນໃຈໃນອານາຄົດ. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ, ການສຶກສາກ່ຽວກັບການປ່ຽນແປງດັ່ງກ່າວຈື່ງມີຄວາມສໍາຄັນຫຼາຍ.

 

ຍ້ອນແນວນັ້ນຊຸດຄວາມຮູ້ເສີມ Climate Box ຈື່ງຖືກພັດທະນາຂື້ນເພື່ອສະໜັບສະໜູນຄວາມພະຍາຍາມດັ່ງກ່າວ.  UNDP ໄດ້ພັດທະນາໂຄງການການຮຽນຮູ້ (climate box) ແບບໂຕ້ຕອບນີ້ຂື້ນ ເພື່ອຊ່ວຍໃຫ້ນັກຮຽນໃນໂຮງຮຽນສາມາດຄົ້ນຄວ້າກ່ຽວກັບສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດ ແລະ ເຂົ້າໃຈວິທີການແກ້ໄຂບັນຫາດັ່ງກ່າວ.

 

ຊຸດຄວາມຮູ້ Climate Box ຍັງປະກອບມີ “ຊຸດຄໍາຖາມກ່ຽວກັບການປ່ຽນແປງດິນຟ້າອາກາດ,” ປະກອບດ້ວຍບັດຄໍາຖາມຈໍານວນ 100 ບັດທີ່ມີຄໍາຖາມ ແລະ ຕໍາຕອບໃຫ້ເລືອກ ທີ່ອອກແບບມາເພື່ອທົດສອບ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບຫົວຂໍ້ຕ່າງໆກ່ຽວກັບການປ່ຽນແປງດິນຟ້າອາກາດ. ຄໍາ​ຖາມ​ແມ່ນ​ຈັດແບ່ງ​ຕາມ​ຫົວ​ຂໍ້​ ທີ່ສອດ​ຄ່ອງ​ກັບ​ສາມ​ພາກ​ຕົ້ນຕໍຂອງ​ປື້ມຊຸດຄວາມຮູ້ເສີມ Climate box​.

 

ຊຸດຄວາມຮູ້ ຍັງປະກອບມີໂປສເຕີທີ່ອະທິບາຍກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດແລະ ຄໍາແນະນໍາວ່າຄວນເຮັດແນວໃດເພື່ອຫຼຸດຜ່ອນການປ່ອຍອາຍກາກບອນຂອງຕົນເອງ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.

 

ທ່ານສາມາດນໍາໃຊ້ ບັນດາເຄື່ອງມືຕ່າງໆທີ່ນໍາໃຊ້ໃນການຮຽນຮູ້ແບບໂຕ້ຕອບ ແລະ ຄຳແນະນຳຢ່າງລະອຽດຂອງພວກເຮົາທີ່ສ້າງຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ທັງນັກຮຽນ ແລະ ຜູ້ໃຫ້ຄວາມຮູ້(ຄູ-ອາຈານ)ໃນການຈັດການ ຫຼື ຮັບມືຕໍ່ກັບວິກິດການດ້ານການປ່ຽນແປງດິນຟ້າອາກາດທີ່ເພີ່ມຂຶ້ນ.

ຊຸດຄວາມຮູ້ເສີມ Climate Box

ຄົ້ນ​ຫາ​ຫົວ​ຂໍ້ກ່ຽວກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ທີ່​ສໍາ​ຄັນ​ໃນ​ປື້ມ​ຊຸດຄວາມຮູ້ເສີມ​ທີ່ລວມມີ​​ສາ​ເຫດ​, ຜົນ​ກະ​ທົບ​, ແລະ​ ການ​ແກ້​ໄຂ ບັນຫາການປ່ຽນແປງດິນຟ້າອາກາດ​. ຊຸດຄວາມຮູ້ດັ່ງກ່າວຍັງປະກອບມີແຜນທີ່ໂລກກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ໂປສເຕີການປັບຕົວ ແລະ ການຫຼຸດຜ່ອນ, ແລະ ແບບສອບຖາມແບບໂຕ້ຕອບເພື່ອທົດສອບຄວາມຮູ້ຂອງທ່ານ.

ຜູ້ໃຫ້ຄວາມຮູ້ (ຄູ-ອາຈານ)

ສາມາດເຂົ້າ​ເຖິງບັນດາ​ຄໍາ​ແນະ​ນໍາ​ລະ​ອຽດ​ໃນ​ການ​ເຊື່ອມ​ໂຍງ​ການ​ສຶກ​ສາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ເຂົ້າ​ໄປ​ໃນ​ຫຼັກ​ສູດ​ຂອງ​ທ່ານ​, ມີ​ແຜນ​ການ​ຮຽນ​, ແນວ​ຄວາມ​ຄິດການພັດທະນາ​ໂຄງ​ການ​, ແລະ​ ກິດ​ຈະ​ກໍາ​ນອກ​ຫຼັກ​ສູດ​. ພາກນີ້ປະກອບມີຄູ່ມືການຝຶກອົບຮົມຄູ ແລະ ເຄື່ອງມືອື່ນໆເພີ່ມຕື່ມສໍາລັບການສ້າງຄວາມອາດສາມາດໃນການສຶກສາການປ່ຽນແປງດິນຟ້າອາກາດ.

ເດັກນ້ອຍ ແລະ ໄວໜຸ່ມ

ຄໍາຖາມກ່ຽວກັບສະພາບດິນຟ້າອາກາດ: ເຈົ້າຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດຫຼາຍຊໍ່າໃດ? ທົດສອບຄວາມຮູ້ຂອງທ່ານຜ່ານແບບສອບຖາມກ່ຽວກັບ ການປ່ຽນແປງສະພາບອາກາດຂອງພວກເຮົາ! ຄົ້ນ​ຫາ​ຫົວຂໍ້ອື່ນໆ​ທີ່ໜ້າສົນໃຈ ແລະ ​ການ​ມີ​ສ່ວນ​ຮ່ວມ​ອື່ນໆ​ທີ່​ກວມ​ເອົາ​​ຫຼາຍຫົວ​ຂໍ້​ທີ່​ສໍາ​ຄັນ ຈາກ​ສາ​ເຫດ​ ແລະ ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ ຈົນຮອດແນວທາງແກ້ໄຂ້ທີ່ສາມາດປະຕິບັດໄດ້.

ບັນດາກິດຈະກໍາ ແລະ ງານຕ່າໆ

ທ່ານຈະສາມາດເຂົ້າເຖິງຂໍ້ມູນກ່ຽວກັບກອງປະຊຸມ, ກອງປະຊຸມຝຶກອົບຮົມ, ການແຂ່ງຂັນ, ແລະ ກິດຈະກໍາທີ່ມີສ່ວນຮ່ວມອື່ນໆທີ່ອອກແບບມາເພື່ອສົ່ງເສີມການສຶກສາກ່ຽວກັບການປ່ຽນແປງດິນຟ້າອາກາດ. ຕິດຕາມການອັບເດດ ແລະ ຮຽນຮູ້ກ່ຽວກັບໂອກາດຕ່າງໆ. ຊອກຫາຮູບພາບ ແລະ ວິດີໂອຫຼ້າສຸດຈາກບັນດາກິດຈະກຳຕ່າງໆຂອງພວກເຮົາ.

ທົດສອບຄວາມຮູ້ຂອງທ່ານ

ເຈົ້າຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດຫຼາຍຊໍ່າໃດ? ທົດສອບຄວາມຮູ້ຂອງທ່ານຜ່ານແບບສອບຖາມກ່ຽວກັບ ການປ່ຽນແປງສະພາບອາກາດຂອງພວກເຮົາ! ຄົ້ນ​ຫາ​ຫົວຂໍ້ອື່ນໆ​ທີ່ໜ້າສົນໃຈ ແລະ ​ການ​ມີ​ສ່ວນ​ຮ່ວມ​ອື່ນໆ​ທີ່​ກວມ​ເອົາ​​ຫຼາຍຫົວ​ຂໍ້​ທີ່​ສໍາ​ຄັນ ຈາກ​ສາ​ເຫດ​ ແລະ ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ ຈົນຮອດແນວທາງແກ້ໄຂ້ທີ່ສາມາດປະຕິບັດໄດ້.